|
ແຜນການສະໜອງນ້ຳ
ລັດວິສາຫະກິດນ້ຳປະປານະຄອນຫຼວງປະກອບດ້ວຍໂຮງງານຜະລິດນ້ຳທັງໝົດ 5 ແຫ່ງ ລວມກຳລັງ ການຜະລິດປະມານ 121.200 m3/ມື້ ຊື່ງປະກອບດ້ວຍ:
- ໂຮງງານຜະລິດນ້ຳປະປາ ເກົ້າລ້ຽວ ກຳລັງການຜະລິດ 20.000 m3/ມື້ ທຶນຊ່ວຍເຫຼືອລ້າຈາກ JICA ຕັ້ງຢູເບື້ອງເທີງ (up stream ) ຂອງຕົວເມືອງວຽງຈັນ.
- ໂຮງງານຜະລິດນ້ຳປະປາ ຈິ່ນາຍໂມ້ ກຳລັງການຜະລິດ 80.000 m3/ມື້ ທຶນກູ້ຢືມໄລຍະ 1 ຈາກ ADB ແລະ ທຶນຊ່ວຍເຫຼືອຈາກປະເທດຍີ່ປຸ່ນໄລຍະ 2 ( 1980 ແລະ 1996 ).
- ໂຮງງານຜະລິດນ້ຳປະປາ ດົງໝາກຄາຍ ກຳລັງການຜະລິດ 20.000 m3/ມື້ ທຶນຂອງ ນະຄອນຫຼວງ ( ບໍລິສັດ ເອກະຊົນລົງທືນກ່ອນ ) ສ້າງໃນປີ 2006 – 2007
- ໂຮງງານຜະລິດນ້ຳປະປາ ທ່າງ່ອນ ກຳລັງການຜະລິດ 600 m3/ມື້ ທຶນນ້ຳປະປາ.
- ໂຮງງານຜະລິດນ້ຳປະປາ ທ່າເດື່ອ ກຳລັງການຜະລິດ 660 m3/ມື້ ທຶນຊ່ວຍເຫຼືອຂອງ AFD ປີ 1992.
|