|
|
|
ໂຄງຮ່າງການຈັດຕັ້ງ
ການຈັດຕັ້ງຂອງລັດວິສາຫະກິດນ້ຳປະປານະຄອນຫຼວງປະກອບດ້ວຍ:
- ຜູ້ອຳນວຍການໃຫຍ່ 1 ທ່ານ: ທ່ານ ດາວເພັດ ບົວພາ ວິສະວະກອນໂຍທາທົ່ວໄປຮຽນຈົບຈາກປະເທດ CANADA
- ຮອງຜູ້ອຳນວຍການໃຫຍ່ 3 ທ່ານ:
- ຜູ້ທີ່ 1 ຮັບຜິດຊອບດ້ານການເງີນ: ທ່ານ ບຸນຍູ້ ຫອມສົມບັດ ວິສະວະກອນດ້ານບັນຊີ-ການຄ້າຮຽນຈົບຈາກປະເທດ ກຳປູເຈຍ
- ຜູ້ທີ່ 2 ຮັບຜິດຊອບດ້ານເຕັກນິກ: ທ່ານ ສົມລິດ ສີລາເພັດ ວິສະວະກອນຊົນລະປະທານຮຽນຈົບຈາກປະເທດໄທ
- ຜູ້ທີ່ 3 ຮັບຜິດຊອບວຽກຈັດຕັ້ງ-ບໍລິຫານ: ທ່ານ ຄຳແສງປະກິດ ຄຸນນຸວົງ ວິສະກອນກໍ່ສ້າງຮຽນຮຽນຈົບຈາກໂຮງຮຽນເຄຫະສະຖານ ປະເທດລາວ
- ພະແນກການທັງໝົດ 6 ພະແນກ:
- ພະແນກຈັດຕັ້ງ-ບໍລິຫານ : ທ່ານ ນາງ ລົດຈະນາ ວົງພາມະນີ ປຣິນຍາໂທເສດຖະກິດກໍ່ສ້າງຮຽນຈົບຈາກອາດິດສະຫະພາບໂຊວຽດ
- ພະແນກການຄ້າ: ທ່ານ ຄຳພັນ ສຸວັນນະລາ ປຣິນຍາໂທເສດຖະກິດກໍ່ສ້າງ ຮຽນຈົບຈາກປະເທດສັງຄົມນິຍົມວຽດນາມ
- ພະແນກການເງີນ: ທ່ານ ນາງ ເພື່ອນແສງ ໄຊນາຄຳ ປຣິນຍາຕີ ບັນຊີ-ການເງີນ ຮຽນຈົບຈາກປະເທດ ສັງຄົມນິຍົມວຽດນາມ
- ພະແນກແຜນການ-ສັງລວມ: ທ່ານ ພຽງຄຳ ສີສຸລາດ ຊັ້ນສູງໄຟຟ້າ ເອເລັກໂຕຣນິກ ຮຽນຈົບໃນ ສປປ ລາວ
- ພະແນກຄຸ້ມຄອງ-ສະໜອງວັດຖຸ: ທ່ານ ທອງດີ ສຸວັນທອງ ປຣິນຍາໂທ ເສດຖະກິດກໍ່ສ້າງ ຮຽນຈົບຈາກອາດິດສະຫະພາບໂຊວຽດ
- ພະແນກຄຸ້ມຄອງເຕັກນິກ-ນ້ຳສູນເສັຍ: ທ່ານ ວຽງທວາຍ ວັນນະລາດ ວິສະວະກອນກໍສ້າງ ຮຽນຈົບຈາກໂຮງຮຽນເຄຫະສະຖານ ປະເທດລາວ
- ກອງກໍ່ສ້າງ, ກອງສຳຫຼວດອອກແບບ (ເຮັດວຽກແບບມອບເໝົາກິນຕາມຜະລິດຕະພັນ)
- ກອງກໍ່ສ້າງ ແລະ ຂະຫຍາຍ: ທ່ານ ພັນ ພາບມີໄຊ ວິສະວະກອນຂົວ-ທາງ ຮຽນຈົບໃນ ລາວ
- ກອງສຳຫຼວດອອກແບບ: ທ່ານ ຄຳໃບ ວົງໄຊຍະລາດ ປຣິນຍາໂທ ດ້ານນ້ຳປະປາ ຮຽນຈົບຈາກສະຖາບັນ AIT ປະເທດໄທ
- ສູນຝຶກອົບຮົມວິຊາຊິບນ້ຳປະປາ: ທ່ານ ຄຳເຜີຍ ວົງສາຄຳຜຸຍ ປຣິນຍາໂທ ດ້ານນ້ຳປະປາ ແລະ ນ້ຳເປື້ອນ ຮຽນຈົບຈາກອາດິດສະຫະພາບໂຊວຽດ
- ບັນດາໂຄງການ ມີ 2 ໂຄງການ:
- ໂຄງການຮ່ວມມື ລາວ-ຝຣັ່ງ ດ້ານນ້ຳປະປາ: ທ່ານ ສີສະໝອນ ກົງມະນີ ປຣິນຍາໂທ ດ້ານນ້ຳປະປາ ຮຽນຈົບຈາກສະຖາບັນ AIT ປະເທດໄທ
- ໂຄງການປັບປຸງໂຮງງານເກົ້າລ້ຽວ (ຢີ່ປຸ່ນ): ທ່ານ ສາຍສະໝອນ ທຳມະວົງສາ ປຣິນຍາໂທ ດ້ານນ້ຳປະປາ ຮຽນຈົບຈາກສະຖາບັນ AIT ປະເທດໄທ
- ໂຮງງານຜະລິດນ້ຳມີ 6 ແຫ່ງ:
- ໂຮງງານຜະລິດນ້ຳປະປາຈີ້ນາຍໂມ້: ທ່ານ ຈອມສະຫວັນ ເມກດາລາ ວິສະວະກອນໄຟຟ້າ ຮຽນຈົບໃນ ສປປ ລາວ
- ໂຮງງານຜະລິດນ້ຳປະປາເກົ້າລ້ຽວ: ທ່ານ ບົວແກ້ວ ຈິດຕະວົງ ວິສະວະກອນໄຟຟ້າ ຮຽນຈົບໃນ ສປປ ລາວ
- ໂຮງງານຜະລິດນ້ຳປະປາດົງໝາກຄາຍ: ທ່ານ ດຳລົງ ວົງກາສິນ ປຣິນຍາໂທ ດ້ານນ້ຳປະປາ ແລະ ນ້ຳເປື້ອນ ຮຽນຈົບຈາກອາດິດສະຫະພາບໂຊວຽດ
- ໂຮງງານຜະລິດນ້ຳປະປາທ່າເດື່ອ: ທ່ານ ອິນແປງ ແສງສະຫວ່າງ ບໍລິຫານທຸລະກິດ ຮຽນຈົບໃນ ສປປ ລາວ
- ໂຮງງານຜະລິດນ້ຳປະປາທ່າງ່ອນ: ທ່ານ ຈັນທະວີ ຈັນສີຍະວົງ ວິສະວະກອນໄຟຟ້າ ຮຽນຈົບໃນ ສປປ ລາວ
- ສາຂາແຕ່ລະເມືອງມີ 4 ສາຂາ:
- ສາຂາສີໂຄດຕະບອງ: ທ່ານ ນາງ ວັນນະຄອນ ຫຼວງລາດ ວິຊາສະເພາະການເງີນ ຮຽນຈົບໃນ ສປປ ລາວ
- ສາຂາຈັນທະບູລີ: ທ່ານ ຂັນທະລອນ ຮຸ່ງລັດສະໝີ ວິສະກອນກໍ່ສ້າງຮຽນຈົບຈາກໂຮງຮຽນເຄຫະສະຖານ ປະເທດລາວ
- ສາຂາໄຊເສດຖາ-ໄຊທານີ: ທ່ານ ບົວແກ້ວ ພີມພອນສະຫວັດ ວິຊາສະເພາະ ບັນຊີສາງ ຮຽນຈົບໃນ ສປປ ລາວ
- ສາຂາສີສັດຕະນາກ: ທ່ານ ນາງ ປະຖົມພອນ ພັນຈະເລີນ ວິສະກອນກໍ່ສ້າງຮຽນຈົບຈາກໂຮງຮຽນເຄຫະສະຖານ ປະເທດລາວ
- ໂຮງງານນ້ຳດື່ມ: ທ່ານ ສົມພົງ ສົມບັນດິດ ວິສະວະກອນໄຟຟ້າຮຽນຈົບຈາກພາຍໃນ
ສປປ ລາວ
|
|
|
|
|