|
ວິໃສທັດ ແລະ ພາລະກິດ ສູນຝຶກນ້ຳປະປາ
- ອີງຕາມມະຕິ 37/ນຍ ລົງວັນທີ່ 30 / 9 / 1999 ກ່ຽວກັບການຄຸ້ມຄອງ ແລະ ການພັດທະນາຂະແໜງນ້ຳປະປາ, ຊຶ່ງ ໃນມະຕິດັ່ງກ່າວ ວຽກງານການພັດທະນາຊັບພະຍາກອນມະນຸດເປັນວຽກງານທີ່ສຳຄັນ ແລະ ມອບໝາຍໃຫ້ລັດວິສາຫະ ກິດ ນ້ຳປະປານະຄອນຫຼວງເປັນຜູ້ຈັດຕັ້ງ ປະຕິບັດ
- ການພັດທະນາບຸກຄະລະກອນເປັນວຽກງານບຸລິມະສິດນື່ງໃນວຽກງານການບໍລິການ ແລະ ດຳເນີນທຸລະກິດຂອງນ້ຳປະປາ. ການຝຶກອົບຮົມພະນັກງານນ້ຳປະປາຢ່າງຕໍ່ເນື່ອງແມ່ນເພື່ອເຮັດໃຫ້ພະນັກງານມີຄວາມຮູ້ຄວາມສາມາດ, ມີທັກສະທີ່ດີໃນການຄຸ້ມຄອງໂຮງງານ, ການຕິດຕັ້ງ-ສ້ອມແປງ, ການກໍ່ສ້າງ, ການຄຸ້ມຄອງ ແລະ ການບໍລິການເກັບເງີນໃຫ້ໄດ້ດີ.
- ການຝຶກອົບຮົມແມ່ນເປັນການນຳເອົາເຕັກນິກ ແລະ ເຕັກໂນໂລຊີໃໝ່ໆມາພັດທະນາຂະແໜງການນ້ຳປະປາໃຫ້ນັບມື້ນັບມີການເຕີບໃຫຍ່ຂະຫຍາຍໂຕ.
- ການຝຶກອົບຮົມແມ່ນການແລກປ່ຽນປະສົບການໃນໜ້າທີ່ວຽກງານລະຫວ່າງຜູ້ອາວຸໂສແລະຜູ້ມີປະ ສົບການເພື່ອນນຳມາຖ່າຍທອດໃຫ້ລຸ່ນສຶບທອດຕໍ່ໄປ.
- ການຝຶກອົບຮົມແມ່ນຈຸດເຕົ້າໂຮມ ແລະ ແລກປ່ຽນບົດຮຽນລະຫວ່າງຊ່ຽວຊານທາງພາຍໃນແລະຕ່າງປະເທດ ແລະ ເປັນເຄືອຄ່າຍເຊື່ອມໂຍງກັບສາກົນ
|