ຫຼັກສູດພາກວິຊາ
- ພາກວິຊາຊົນລະສາດ
ໝວດວິຊາ : ການວາງທໍ່ນ້ຳປະປາ
- ພື້ນຖານການແຈກຈ່າຍນ້ຳ (ລະບົບນ້ຳປະປາ, ການຄິດໄລ່ກະແສນ້ຳ, ບໍລິມາດນ້ຳ, ຄວາມດັນ, ຄຸນສົມບັດທໍ່, ອຸປະກອນຕ່າງໆ, ການນຳໃຊ້ ແລະ ອື່ນໆ
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
- ການເຮັດວຽກເຄືອຄ່າຍນ້ຳປະປາ (ການອ່ານແຜນຜັງທໍ່, ອຸປະກອນທີ່ໃຊ້ປ້ອງກັນໄພ, ນຳໃຊ້ເຄື່ອງມືຊອກຫາສາຍໂທລະສັບ ແລະ ອຸປະກອນຕ່າງໆໃນດິນ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
- ການວາງທໍ່ ລະດັບ I (ການຂໍອະນຸຍາດຂຸດດິນ ແລະ ການຕັດທໍ່,ກຳນົດແຮງດັນໃນສາຍທໍ່, ແຮງດັນປົກກະຕິ,ການປະກອບທໍ່ວິທີຕ່າງໆ, ຊີ້ນຮອງ ແລະເສັ້ນຄວາມໂຄ້ງ,ການຕຳດິນ ແລະ ອານາໄມ, ເຕັກນິກກ່ຽວກັບການວາງທໍ່, ການຕັດທໍ່ແຕ່ລະຊະນິດ, ການຕິດຕັ້ງອຸປະກອນທີ່ຖືກຕ້ອງ, ການຈອດ
ແລະ ອື່ນໆ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
- ການວາງທໍ່ ລະດັບ II (ການສ້ອມແປງຈຸຮົ່ວ, ການຄິດໄລ່ໝອນຮອງດ້ວຍແຮງດັນ, ການຄິດໄລ່ໝອນດ້ວຍນ້ຳໜັກ, ການທົດສອບແຮງດັນຫຼັງການວາງທໍ່, ການປ້ອງກັນດິນເຈື່ອນໃນເວລາຂຸດດິນ, ການຕຳດິນ, ການລ້າງທໍ່ ແລະ ການອະເຊື້ອ, ການແຕ້ມແຜນຜັງຂໍ້ມູນ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
ໝວດວິຊາ : ການຄຸ້ມຄອງກົງເຕີນ້ຳ
- ການຄຸ້ມຄອງ ແລະ ນຳໃຊ້ໝໍ້ແທກນ້ຳ (ຮຽນຮູ້ກ່ຽວກັບກົງເຕີນ້ຳ, ເຕັກນິກກົງເຕີນ້ຳ, ການອ່ານລະຫັດກົງເຕີ, ການຕິດຕັ້ງກົງເຕີ, ການກວດສອບ ແລະ ການສ້ອມແປງກົງເຕີນ້ຳ)
-ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
ໝວດວິຊາ : ການຄຸ້ມຄອງ ແລະ ກຳຈັດນ້ຳສູນເສັຍ
- ການກຳຈັດນ້ຳສູນເສັຍລະດັບ 1 (ຮຽນຮູ້ກ່ຽວກັບເດບີແມັດ (debmeter), ເຄື່ອງ loggers ແລະ ການນຳໃຊ້ເຄື່ອງ, ເດບີແມັດເຄື່ອນທີ່, ນ້ຳສູນເສັຍ, ຜົນໄດ້ຮັບ ແລະ ການຊີ້ບອກນ້ຳສູນເສັຍ, ຍຸດທະສາດການລຸດຜ່ອນນ້ຳສູນເສັຍ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
- ການກຳຈັດນ້ຳສູນເສັຍ 2 (ການເຮັດ Step – point, ການແບ່ງເຂດ, ການກວດກາເປັນປະຈຳ, ກະກຽມຊອກຫາຕຳແໜ່ງຈຸດຮົ່ວ ແລະ ນຳໃຊ້ອຸປະກອນຊອກຫານ້ຳຮົ່ວ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
ໝວດວິຊາ : ການສະໜອງນ້ຳໃນລະບົບທໍ່
- ພື້ນຖານຊົນລະສາດ (ການເຮັດວຽກກັບລະບົບສາຍທໍ່, ທິດສະດີ Bernoulli, ຄິດໄລ່ການສູນເສັຍແຮງດັນ, ກຳນົດ ແລະ ຊອກຫາຂະໜາດຂອງທໍ່ ໃນການສະໜອງນ້ຳດ້ວຍລະບົບແຮງໂນ້ມຖ່ວງ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
- ການດຸນດ່ຽງດ້ານຊົນລະສາດ (ການລຸດຜ່ອນແຮງດັນ, ປະຕູນ້ຳສຳລັບການດຸນດ່ຽງ : ການເຮັດວຽກ, ການຮັກສາ ແລະ ການສ້ອມແປງ, ການບຳລຸງຮັກສາປະຕູລົມ, ການອະເຊື້ອໃນທໍ່, ການລ້າງອ່າງ, ການກວດກາຄຸນນະພາບນ້ຳໃນສາຍທໍ່ ແລະ ອື່ນໆ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
ໝວດວິຊາ : ໂປມນ້ຳ
- ໂປມນ້ຳ ແລະ ການກຳນົດໂປມ (ເຕັກໂນໂລຊີຂອງໂປມແກ່ນກາງ, ການກຳນົດຄວາມສູງສູບສົ່ງ, ລັກສະນະເສັ້ນໂຄ້ງຂອງໂປມ, ການຕໍ່ໂປມນ້ຳໂຮມເຂົ້າກັນ, ການຕໍ່ ໂປມນ້ຳຂະໜານກັນ, ລັກສະນະພະລັງແຮງຂອງການໂປມນ້ຳ, ເສັ້ນສະແດງເຄືອຄ່າຍ, ແຕ້ມເສັ້ນໂປມນ້ຳ, ການຄວບຄູ່ປ້ຳນ້ຳໃນສາຍທໍ່, ການສົ່ງນ້ຳຂື້ນອ່າງ, ເຄືອຄ່າຍທີ່ມີແຮງດັນເກີນ, ການຄັດເລືອກໂປມນ້ຳ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
- ພາກວິຊາ ໄຟຟ້າ-ກົນຈັກ
ໝວດວິຊາ : ໄຟຟ້າ-ກົນຈັກ
- ພື້ນຖານໄຟຟ້າ-ກົນຈັກ (ເນື້ອແທ້ກະແສໄຟຟ້າ, ການພະລິດກະແສໄຟຟ້າ, ລັກສະນະກະແສໄຟຟ້າ, ເຄື່ອງອຸປະກອນພື້ນຖານຂອງໄຟຟ້າ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
- ເຄື່ອງຈັກໄຟຟ້າສາມຟາ (ເຄື່ອງຈັກບໍ່ມີຈັງຫວະສາມຟາ, ການຕິດຈັກໂດຍກົງເຄື່ອງຈັກບໍ່ມີຈັງຫວະສາມຟາ, ການຕໍ່ແບບດາວ, ແບບແດນຕ້າ, ການຕິດເຄື່ອງຈັກ, ການແລ່ນຈັກທຳມະດາ ແບບແຍກສ່ວນເຄື່ອງຈັກ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
- ວົງຈອນໄຟຟ້າກຳລັງ (ໄຟຟ້າລັດວົງຈອນ ແລະ ກະແສໄຟຟ້າເກີນ, ເຄື່ອງໝາຍມາດຕະຖານ ແລະ ແຜນວົງຈອນໄຟຟ້າ, ປຸ່ມຕັດຕໍ່, ເຄື່ອງສັບຖ່າຍຄວາມຮ້ອນ, ເຄື່ອງສັບໄຟ, ກັບຟີວ, ເຄື່ອງສັບຖ່າຍແມ່ເຫຼັກຄວາມຮ້ອນ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
- ວົງຈອນໄຟຟ້າຄຳສັ່ງ (ໜ້າທີ່ຂອງວົງຈອນຄຳສັ່ງ, ການສັ່ງໄຟ, ການໃຫ້ສັນຍານ, ຄວາມປອດໄພ, ການຖ່ວງເວລາ, ເຄື່ອງເກັບໄຟ ແລະ ອື່ນໆ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
- ການກວດກາຫາບອນຕິດຂັດ (ວິໃຈວົງຈອນໄຟຟ້າລັດວົງຈອນ, ເບິ່ງຕົວຈິງສົມມຸດຖານ, ທົດສອບຄວາມຮູ້, ບົ່ງມະຕິບ່ອນຕິດຂັດ,ການສ້ອມແປງ ແລະ ປ່ຽນຖ່າຍ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
- ພາກວິຊາ : ການຄຸ້ມຄອງໂຮງງານ ແລະ ວິໃຈຄຸນນະພາບນ້ຳ
ໝວດວິຊາ : ການຄຸ້ມຄອງໂຮງງານຜະລິດນ້ຳ
- ການຜະລິດ ແລະ ການຄຸ້ມຄອງໂຮງງານ (ແຫຼ່ງນ້ຳ,ຂັ້ນຕອນການຜະລິດນ້ຳປະປາລະບົບຕ່າງ, ຂໍ້ໄດ້ປຽບ ແລະ ຂໍ້ເສັຍປຽບແຕ່ລະບົບ, ການສູບສົ່ງ,ການຄຸ້ມຄອງໂຮງ ງານຜະລິດ, ການປິດ-ເປີດໂປມ, ການເກັບກຳການແລ່ນໂປມ, ການບັນທຶກກະແສໄຟ, ໂວນ, ອຳແປ, ການປິດ-ເປີດປະຕູນ້ຳກ່ອນ ແລະ ຫຼັງແລ່ນໂປມ, ການລ້າງອ່າງນ້ຳນອນ, ອ່າງຕອງຊາຍ ແລະ ອື່ນໆ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
ໝວດວິຊາ : ການວິໃຈຄຸນນະພາບນ້ຳ
- ວິໃຈຄຸນນະພາບນ້ຳລະດັບ I (ວະທະຈັກຂອງນ້ຳ, ສານເຄມີທີ່ໃຊ້ໃນການບຳບັດນ້ຳ, ອຸນຫະພູມ, PH, TH, ຄວາມຂຸ້ນ, ກິ່ນ, ທາດ permanganate, TAC, ວິທີເຮັດ Jar-test, ການວິໃຈຊອກຫາ CI )
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
- ວິໃຈຄຸນນະພາບນ້ຳລະດັບ II (ຮູ້ມາດຕະຖານຂອງນ້ຳດື່ມ, ວິໃຈຫາບັນດາທາດ : AI, Fe, Mn, NH4+, NO3
,CI, E.C, KmnO4 ແລະ Batteries (Caliform)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
- ວິໃຈຄຸນນະພາບນ້ຳ ລະດັບ III (ຮູ້ ແລະ ເຂົ້າໃຈການວິໃຈຕົວຈິງບັນດາທາດ : Fluoride(F), Arsenic(As), Cyanures(CN), plomb(Pb), Cuvre(Cu), Chrome (Cr), Mercure(Hg), Cadmium(Cd)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
- ການບໍລິຫານ ແລະ ຄຸ້ມຄອງ ລັດວິສາຫະກິດນ້ຳປະປາ
ໝວດວິຊາ: ຫ້ອງການ ແລະ ເລຂານຸການ
- ເລຂານຸການ ແລະ ຮັບຕ້ອນ (ໜ້າທີ່ ແລະ ຄວາມຮັບຜິດຊອບ, ຄຸນສົມບັດ, ການເສີມສ້າງທັດສະນະຄະຕິຂອງເລຂາ, ການພົວພັນວຽກງານ, ການພົວພັນດ້ານເອກະສານ, ການພົວພັນດ້ານໂທລະສັບ, ການຈັດມຽ້ນ ແລະ ການຄົ້ນຫາເອກະສານ (ການແລກປ່ຽນຕົວຈິງກັບບັນດາໜ່ວຍງານອື່ນ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
- ການປະຊາສຳພັນ ແລະ ການພົວພັນ (ວິທີການສ້າງເອກະສານ, ການຂຽນຄຳຮ້ອງ, ໃບສະເໜີ, ໃບກິດສຳພັນ, ໃບອານຸຍາດລາພັກ, ການພົວພັນວຽກງານທາງນອກ, ການຕິດຕາມເອກະສານ, ການບັນທຶກກອງປະຊຸມ, ການສັງລວມເອກະສານໃຫ້ຫົວໜ້າ ແລະ ອື່ນໆ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
ໝວດວິຊາ: ການຄ້າ ແລະ ການບໍລິການ
- ການຈົດນ້ຳເກັບເງິນ ແລະ ການທວງໜີ້ (ການອ່ານກົງເຕີນ້ຳແຕ່ລະຊະນິດ, ການຈົດນ້ຳ, ການແຈ້ງກົງເຕີນ້ຳຜິດປົກກະຕິ, ການເກັບເງິນ, ການຖອກເງິນ, ການທວງໜີ້ ແລະ ອື່ນໆ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
ໝວດວິຊາ : ບັນຊີ ແລະ ການເງິນ
- ການຄຸ້ມຄອງ ແລະ ບໍລິຫານການເງິນ (ລາຍຮັບ, ລາຍຈ່າຍ, ໜີ້ສິນ, ຕິດຕາມສັນຍາ, ຈ່າຍອາກອນຕ່າງໆ, ໜີ້ຄົງຄ້າງ,ໜີ້ເສັຍ ແລະ ອື່ນໆ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
- ລະບົບບັນຊີວິສາຫະກິດ (ທິດສະດີພື້ນຖານດ້ານບັນຊີ, ວຽກງານບັນຊີຕົວຈີງໃນຂະແໜງນ້ຳປະປາ, ລະບົບບັນຊີ, ພາກປະຕິບົດຕົວຈີງ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
ໝວດວິຊາ : ການຄຸ້ມຄອງ ແລະ ສະໜອງວັດຖຸ
- ການຄຸ້ມຄອງສາງ (ຫຼັກການລວມຄຸ້ມຄອງສາງ, ການຈັດມ້ຽນ ແລະ ຈ່າຍອອກ, ວຽກບັນຊີ ແລະ ຄຸ້ມຄອງສາງ, ການຊອກຮູ້ເຄືອງໃນສາງ, ຫຼັກການຮັກສາເຄືອງໃນສາງ ແລະ ອື່ນໆ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
- ບັນຊີວັດຖຸ ແລະ ນຳໃຊ້ແບບຟອມ (ຟອມສະເໜີຂໍວັດຖຸ, ໃບອານຸມັດຊື້ວັດຖຸ, ໃບຢັ້ງຢືນສົມທຽບລາຄາຊື້, ໃບຮັບເຄື່ອງເຂົ້າສາງ, ໃບຄຳນວນລາຄາວຽກຕິດຕັ້ງ, ຂະຫຍາຍ, ແບບຟອມ ບັນທຶກການສ້ອມແປງ, ໃບຢືມເຄື່ອງອອກສາງກ່ອນ, ໃບສັງລວມວັດຖຸເພື່ອຂຽນບົງເບີກຈ່າຍເຄື່ອງອອກສາງ, ໃບເບີກເຄື່ອງອອກສາງ, ໃບສະຫຼຸບສັງລວມປື້ມຕິດຕາມວັດຖຸດິບ, ໃບຕິດ ຕາມເຄື່ອງໃນສາງ (ແລະ ພາກປະຕິບັດຕົວຈີງ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
ໝວດວິຊາ : ສະຖິຕິ ແລະ ແຜນການ
- ສະຖິຕິ ແລະ ແຜນການ (ການຂື້ນແຜນການຜະລິດ, ແຜນການລາຍຮັບ-ລາຍຈ່າຍ, ແຜນວິເຄາະຖານະການເງີນ, ແຜນຈັດຊື້ວັດຖຸ, ແຜນຕິດຕັ້ງ ແລະ ສ້ອມແປງ, ແຜນການປ່ຽນຖ່າຍລະບົບທໍ່ ແລະ ອື່ນໆ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
- ຕົວຊີ້ບອກ ແລະ ການປະເມີນແຜນການ ( ຕົວຊີ້ບອກ, ຕົວກຳນົດ, ການປະເມີນຄືນແຜນການຈັດຕັ້ງປະຕິບັດ, ການຕີລາຄາຫາສາຍເຫດ ແລະ ຂໍ້ຄົງຄ້າງ ແລະ ອື່ນໆ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
ໝວດວິຊາ : Computer ແລະ IT
- ພື້ນຖານ MS World & Excel (ຮຽນຮູ້ວິທີການໃຊ້ Computer ເຂົ້າໃນວຽກງານ, ການຈັດລະບົບເອກະສານ, ການບັນທຶກ, ການຄົ້ນຫາ, ການສ້າງຕາຕະລາງ, ການນຳຂໍ້ມູນອອກມາໃຊ້ ແລະ ອື່ນໆ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
- ການຄຸ້ມຄອງ ແລະ ການນຳໃຊ້ Computer (ການນຳໃຊ້Computer, ການຕິດຕັ້ງ Antivirus, ການແກ້ໄຂບັນຫາ, ການຕິດຕັ້ງ programm ພື້ນຖານ ແລະ ອື່ນໆ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
- ຄອມພີວເຕີ power point (ການສ້າງເອກະສານ, ຈັດວາງ, ປະກອບຮູ້ພາບ, ການນຳສະເໜີ, ການດັດແກ້ຂໍ້ມູນ, ການຕັດເອົາຮູບພາບທີ່ຈຳເປັນ, ການນຳສະເໜີ ແລະ ອື່ນໆ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
- E-Mail & Internet (ການລົງທະບຽນ, ການເຊື່ອມຕໍ່, ການນຳໃຊ້, ການສ້າງເອກະສານ, ການແນບເອກະສານ, ການແນບຮູບພາບ, ການສົ່ງ, ການຮັບ ແລະ ອື່ນໆ)
- ໃຊ້ເວລາຝຶກ ແລະ ປະຕິບັດຕົວຈີງ : 5 ວັນ
ກັບຂຶ້ນເທິງ
|