|
ແບບແຜນດຳເນີນທຸລະກິດ
ໃນປີ 2008 ສູນຝຶກອົບຮົມວິຊາຊິບນ້ຳປະປາມີແຜນຝຶກອົບຮົມຫຼາຍກວ່າ 77 ຄັ້ງໃນຈຳນວນວິຊາຝຶກຈຳນວນ 28 ວິຊາ ທີ່ພົວພັນ ໃນການຜະລິດນ້ຳປະປາ, ການຕິດຕັ້ງທໍ່ນ້ຳ, ການບໍລິຫານ, ການບໍລິການ ແລະ ວິຊາເຕັກນິກອື່ນໆອີກ. ນັກສຳມະນາກອນແມ່ນມາຈາກລັດວິສາຫະກິດນະຄອນຫຼວງ ແລະ ບັນດານ້ຳປະປາຕ່າງແຂວງ ຊື່ງມີຜູ້ເຂົ້າຝຶກອົບຮົມຫຼາຍກວ່າ 627 ເທື່ອຄົນ. ການໃຊ້ຈ່າຍແມ່ນມີການຄິດໄລ່ຄ່າຫຼຸ້ຍຫ້ຽນ ແລະ ສີ້ນເປືອງອື່ນໆຂອງຈຸດກຸ້ມທືນ ໂດຍສະເລ່ຍນັກສຳມະນາກອນ ຜູ້ນື່ງຈະຕ້ອງຈ່າຍແມ່ນ 11 $/ຄົນ / ມື້. ຄ່າທີພັກຢູ່ຫໍພັກສູນຝຶກອົບຮົມໂພນທັນ 25.000 ກີບ/ມື້ ແລະ ຄ່າອາຫານ 3 ຄາບ 40.000 ກີບ/ມື້.
ສະເພາະຄ່າເດີນທາງ ແມ່ນອີ່ງໃສ່ສະພາບຕົວຈິງຂອງການເດີນທາງດ້ວຍລົດຂອງແຕ່ລະແຂວງ.
|